ຂໍ້ມູນທົ່ວໄປ

ຂໍ້ມູນທົ່ວໄປ
ກອງປະຊຸມລະດັບຊາດ ທີ່ສົນທະນາກ່ຽວກັບ ຜົນການຄົ້ນຄວ້າວິທະຍາສາດ ເພື່ອ ການພັດທະນາ ຈະໄດ້ຖືກຈັດຂື້ນ ໃນວັນທີ 17-18 ທັນວາ 2014 ທີ່ນະຄອນຫຼວງ ວຽງຈັນ. ຈຸດປະສົງຂອງກອງປະຊຸມດັ່ງກ່າວນີ້ ແມ່ນເພື່ອສ້າງເວທີໜຶ່ງທີ່ເຮັດໃຫ້ ນັກຄົ້ນຄວ້າລາວ ແລະ ຜູ້ຮ່ວມມືຂອງຕົນ ສະເໜີ ແລະ ສົນທະນາຜົນການຄົ້ນ ຄວ້າວິທະຍາສາດ ທີ່ມີຄວາມເໝາະສົມໃນຫົວຂໍ້ ກ່ຽວກັບ ການກະສິກຳຂອງລາວ, ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ຄວາມພະຍາຍາມ​​ໃນການພັດທະນາຊົນນະ ບົດ

ຂໍເຊີນສົ່ງບົດຄັດຫຍໍ້ ແລະ ບົດສົນທະນາ
ທ່ານທີ່ສົນໃຈ ສາມາດສົ່ງບົດຄັດຫຍໍ້ຜົນການຄົ້ນຄວ້າ ຫຼື ບົດສົນທະນາ ທີ່ກ່ຽວ ຂ້ອງກັບ ການພັດທະນາຂອງ ສ.ປ.ປ.ລາໂດຍແນໃສ່ຜົນກະທົບຂອງການພັດທະນາຕໍ່ກັບ ສັງຄົມ, ເສດຖະກິດ ແລະ ສະພາບແວດລ້ອມ ​​ເຊິ່ງນອນຢູ່ໃນ 6 ຫົວຂໍ້ລຸ່ມນີ້:


1.    ການປ່ຽນແປງສະພາບຊົນນະບົດ ແລະ ການປ່ຽນ​​ແປງດ້ານຊີວິດການເປັນຢູ່ (Rural transformation and livelihood change).
2. ການເຂົ້າເຖິງ, ຄວາມສະເໝີພາບ ແລະ ບົດບາດ ຍິງ-ຊາຍ, ໂດຍສະເພາະໃນເຂດຊົນນະບົດ (Access, equity and gender, particularly in rural areas).
3. ຊັບພະຍາກອນທຳມະຊາດ (ດິນ ແລະ ນ້ຳ) ແລະ ພະລັງງານ (Natural resources (land and water) and energy).
4. ການຄ້າໃນພາກພື້ນ, ການເຊື່ອມໂຍງ ແລະ ນະໂຍບາຍດ້ານເສດຖະກິດມະຫາພາກ (Regional trade, integration, and macroeconomic policy).
5. ແຮງງານ, ການຍ້າຍຖິ່ນ ແລະ ການເຊື່ອມໂຍງ ລະຫວ່າງຊົນນະບົດ ແລະ ຕົວເມືອງ (Labour, migration and rural urban linkages).
6.    ການປ່ຽນແປງສະພາບອາກາດ, ການປັບຕົວ ແລະ ການແປປວນ (Climate change, adaptation and variability).

ສຳລັບລາຍລະອຽດເພີ່ມ​​ເຕີມ ຂອງກອງປະຊຸມ ແລະ ຂອງຫົວຂໍ້ ກະລຸນາກົດບ່ອນນີ້

¨        ດາວໂຫຼດ ໂຄງຮ່າງຂອງບົດຄັດຫຍໍ້ ກະລຸນາກົດບ່ອນນີ້
¨        ດາວໂຫຼດ ຂໍ້ແນະນຳ​​ໃນການຂຽນບົດຄັດຫຍໍ້ ກະລຸນາກົດບ່ອນນີ້
¨        ດາວໂຫຼດ ຕົວຢ່າງຂອງບົດຄັດຫຍໍ້ ກະລຸນາກົດບ່ອນນີ້
¨        ດາວໂຫຼດ ແບບຟອມລົງທະບຽນ ກະລຸນາກົດບ່ອນນີ້