ຂໍເຊີນສົ່ງບົດຄັດຫຍໍ້

ການສົ່ງບົດຄັດຫຍໍ້ ​​ແລະ ບົດສະເໜີສຳລັບວາລະສົນທະນາ

ກ) ຜູ້​ທີ່​ມີ​ຄວາມ​ສົນ​ໃຈ​ຢາກ​ຈະ​ສະ​ເໜີ​ບົດ ກະ​ລຸ​ນາ​ສົ່ງ​ບົດ​ຄັດ​ຫຍໍ້​ເຖິງ​ຄະນະ​ກຳມະ ການ​ຈັດ​ກອງ​ປະຊຸມ. ບົດ​ຄັດ​ຫຍໍ້​ຄວນ​ອີ​ງ​ໃສ່​ການຄົ້ນຄວ້າແບບທົດລອງ ຫຼື ການຄົ້ນຄວ້າແບບນຳໃຊ້​ທີ່​ໄດ້​ຖືກ​ດຳ​ເນີ​ນການ​ຢູ່​ລາ​ວ ​ແລະ ພົວພັນ​ເຖິງຫົວ​ເລື້ອງ ທີ່​ໄດ້​ກຳນົດ​ໄວ້.

ຂ) ໂຄງການ ຫຼື ອົງການຈັດຕັ້ງສາກົນທີ່ສົນໃຈ ຢາກມີວາລະສົນທະນາຂອງຕົນ ເອງ (ປະມານ 90 ນາທີ) ສາມາດສົ່ງບົດສະເໜີສຳລັບວາລະສົນທະນາ, ແລະ ກ່າວໃຫ້ຈະແຈ້ງວ່າການຄົ້ນຄວ້າກ່ຽວກັບອັນໃດ ທີ່ຈະຖືກຍົກຂື້ນມາສະເໜີ ແລະ ສົນທະນາໃນວາລະນີ້. ເນື້ອໃນຂອງ ບົດສະເໜີສຳລັບວາລະສົນທະນານີ້ ກໍ່ຄວນ ນອນຢູ່ໃນຫົວ​ເລື້ອງ ທີ່​ໄດ້​ກຳນົດ​ໄວ້.

ຈຸດປະສົງແມ່ນ ເພື່ອເຮັດໃຫ້ນັກຄົ້ນຄວ້າວິທະຍາສາດລາ ໄດ້ສະເໜີ ຜົນການຄົ້ນຄວ້າຕໍ່ຜູ້ວາງນະໂຍບາຍ ແລະ ຜູ້ຕັດສິນໃຈ. ນັກຄົ້ນຄວ້າທີ່ເປັນຄົນ ຕ່າງປະເທດ (ຫຼື ຊ່ຽວຊານຕ່າງປະເທດ) ຄວນຮ່ວມມືກັບນັກຄົ້ນຄວ້າຄົນລາວ ໃນການສ້າງບົດຄັດຫຍໍ້ເພື່ອນຳສະເໜີຕໍ່ກອງປະຊຸມ.

ການສະເໜີບົດ ແມ່ນຈະເຮັດເປັນພາສາລາວ ໂດຍ​ຈະມີການແປເປັນພາສາຕ່າງປະເທດຢູ່ໃນກອງປະຊຸມ.
ບົດຄັດຫຍໍ້ຄວນສົ່ງເປັນພາສາລາວ ຫຼື ພາສາອັງກິດ, ແລະ ບໍ່ເກີນ 400 ຄຳສັບ. ບົດຄັດຫຍໍ້ຄວນປະກອບດ້ວຍເນື້ອໃນດັ່ງນີ້:

1.     ຫົວຂໍ້ຂອງບົດສະເໜີ
2.    ຊື່ຜູ້ຂຽນ, ອົງການຈັດຕັ້ງ ແລະ ອີເມລ
3.    ເນື້ອໃນບົດຄັດຫຍໍ້:
ກ. ຄຳຖະແຫຼງບັນຫາ ຫຼື ການອະທິບາຍ​​ເຖິງບັນຫາທີ່ພາໃຫ້ຄົ້ນຄວ້າເພື່ອຊອກທິດທາງແກ້ໄຂ.
ຂ. ການອະທິບາຍກ່ຽວກັບບົດຄົ້ນຄວ້າເອງ, ລວມທັງຈຸດປະສົງຕ່າງໆ ແລະ ວິທີການຄົ້ນຄວ້າ.
ຄ. ຜົນໄດ້ຮັບ ຫຼື ຜົນຂອງການຄົ້ນຄວ້າຫຼັກ.

ງ. ສະຫຼຸບຂໍ້ສະເໜີແນະ ຫຼື ວິທີການແກ້ໄຂ.

ສຳລັບລາຍລະອຽດເພີ່ມເຕີມຂອງກອງປະຊຸມ ແລະ ຫົວຂໍ້ທີ່ກຳນົດ ກະລຸນາກົດບ່ອນນີ້